ຖະແຫຼງການຄຸກກີຂອງມູນນິທິວິກິມີເດຍ

From Wikimedia Foundation Governance Wiki
This page is a translated version of the page Policy:Cookie statement and the translation is 54% complete.
Outdated translations are marked like this.

ດັ່ງທີ່ໄດ້ຖະແຫຼງໄວ້ໃນນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ, ວິກິມີເດຍເຊື່ອຢ່າງແຮງກ້າໃນຄຸນຄ່າຂອງຄວາມເປັນສ່ວນຕົວ ແລະ ຄວາມໂປ່ງໃສ. ເພື່ອບັນລຸຈຸດປະສົງນັ້ນ, ພວກເຮົາໄດ້ສ້າງຖະແຫຼງການຄຸກກີສະບັບນີ້ເພື່ອເປັນແນວທາງອ້າງອີງທີ່ຊັດເຈນສຳລັບການນໍາໃຊ້ຄຸກກີໃນເວັບໄຊຂອງວິກິມີເດຍ. ຖະແຫຼງການຄຸກກີສະບັບນີ້ອະທິບາຍວິທີທີ່ພວກເຮົານໍາໃຊ້ຄຸກກີ (ແລະ ເຕັກໂນໂລຊີຂໍ້ມູນອື່ນໆທີ່ຈັດເກັບສະເພາະທີ່), ວິທີທີ່ພວກເຮົານໍາໃຊ້ຄຸກກີຂອງພາກສ່ວນທີສາມ ແລະ ວິທີທີ່ທ່ານຈັດການຕົວເລືອກຄຸກກີຂອງທ່ານ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການປະຕິບັດຄວາມເປັນສ່ວນຕົວຂອງພວກເຮົາ, ກະລຸນາເຂົ້າເບິ່ງນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ມູນນິທິວິກິມີເດຍ, ອົງການບໍ່ສະແຫວງຫາກຳໄລທີ່ເປັນແມ່ຂ່າຍໃຫ້ເວັບໄຊຂອງວິກິມີເດຍ, ຈະເກັບກຳຂໍ້ມູນບາງປະເພດຢ່າງກະຕືລືລົ້ນດ້ວຍຫຼາກຫຼາຍເຕັກໂນໂລຊີທີ່ນໍາໃຊ້ທົ່ວໄປ. ໂດຍທົ່ວໄປແລ້ວ, ສິ່ງເຫຼົ່ານີ້ລວມເຖິງພິກເຊວຕິດຕາມ, JavaScript ແລະ ຫຼາກຫຼາຍເຕັກໂນໂລຊີ "ຂໍ້ມູນທີ່ຈັດເກັບສະເພາະທີ່", ເຊັ່ນ: ຄຸກກີ ແລະ ບ່ອນຈັດເກັບສະເພາະທີ່.

ຄຸກກີແມ່ນຫຍັງ?

“ຄຸກກີ” ແມ່ນໄຟລ໌ຂໍ້ມູນຂະໜາດນ້ອຍທີ່ພວກເຮົາຖ່າຍໂອນເຂົ້າຄອມພິວເຕີຂອງທ່ານ, ໂທລະສັບມືຖື ຫຼື ອຸປະກອນອື່ນໆທີ່ທ່ານນໍາໃຊ້ເພື່ອເຂົ້າເຖິງເວັບໄຊຂອງວິກິມີເດຍ ແລະ ນໍາໃຊ້ສຳລັບການກວດພິສູດຄວາມຖືກຕ້ອງ ແລະ ການຕິດຕາມໂດຍທົ່ວໄປ. ຄຸກກີທັງໝົດຈະໝົດອາຍຸຫຼັງຈາກໄລຍະເວລາໃດໜຶ່ງ, ແຕ່ໄລຍະເວລານັ້ນມີຄວາມແຕກຕ່າງກັນໂດຍຂຶ້ນກັບຈຸດປະສົງຂອງຄຸກກີ ແລະ ວິທີການປັບຕັ້ງຄ່າບຣາວເຊີຂອງທ່ານ.

ຄຸກກີມັກຖືກຈັດເປັນໝວດໝູ່ຕາມໄລຍະເວລາທີ່ພວກມັນຍັງໃຊ້ງານໄດ້ກ່ອນທີ່ພວກມັນຈະໝົດອາຍຸ. ໂດຍທົ່ວໄປແລ້ວ, ຄຸກກີ “ເຊັດຊັນ” ແມ່ນຄຸກກີທີ່ໝົດອາຍຸເມື່ອທ່ານປິດເວັບບຣາວເຊີຂອງທ່ານ ຫຼື ແອັບພລິເຄຊັນເທິງມືຖື. ຄຸກກີ “ຄົງຢູ່” ແມ່ນຄຸກກີທີ່ຍັງຄົງຢູ່ໃນອຸປະກອນຂອງທ່ານ, ເຖິງແມ່ນທ່ານຈະປິດບຣາວເຊີ ຫຼື ແອັບພລິເຄຊັນເທິງມືຖືຂອງທ່ານ. ຄຸກກີຄົງຢູ່ໝົດອາຍຸຕາມໄລຍະເວລາທີ່ພວກເຮົາກຳນົດໄວ້ ຫຼື ເມື່ອທ່ານລຶບມັນດ້ວຍຕົນເອງ. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບຄຸກກີໃນວິກິພີເດຍ.

ທ່ານອາດລຶບ ຫຼື ປິດໃຊ້ງານຄຸກກີຜ່ານການຕັ້ງຄ່າບຣາວເຊີຂອງທ່ານ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີການຈັດການຕົວເລືອກຄຸກກີຂອງທ່ານ, ກະລຸນາເບິ່ງພາກສ່ວນທີ 3 ຂອງຖະແຫຼງການຄຸກກີສະບັບນີ້ຢູ່ຂ້າງລຸ່ມ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄຳສັບນີ້ ແລະ ຄຳສັບທີ່ສຳຄັນອື່ນໆທີ່ອາດກ່ຽວຂ້ອງ, ກະລຸນາອ່ານອະພິທານສັບໃນນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

ວິກິມີເດຍນໍາໃຊ້ຄຸກກີປະເພດໃດ ແລະ ເພື່ອຈຸດປະສົງຫຍັງ?

ຄຸກກີແມ່ນບໍ່ຈຳເປັນເພື່ອອ່ານ ຫຼື ແກ້ໄຂເວັບໄຊຂອງວິກິມີເດຍ. ພວກເຮົານໍາໃຊ້ຂໍ້ມູນທີ່ພວກເຮົາໄດ້ຮັບຈາກຄຸກກີ ແລະ ເຕັກໂນໂລຊີຂໍ້ມູນອື່ນໆທີ່ຈັດເກັບສະເພາະທີ່ ເພື່ອເຮັດໃຫ້ປະສົບການຂອງທ່ານໃນເວັບໄຊຂອງວິກິມີເດຍປອດໄພຂຶ້ນ ແລະ ດີຂຶ້ນ, ເພື່ອຮັບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການຕັ້ງຄ່າຂອງຜູ້ໃຊ້ ແລະ ການຕອບໂຕ້ກັບເວັບໄຊຂອງວິກິມີເດຍ ແລະ ເພື່ອປັບປຸງການບໍລິການຂອງທ່ານໂດຍທົ່ວໄປ. ຄຸກກີແມ່ນຈຳເປັນເພື່ອເຂົ້າສູ່ລະບົບ ແລະ ເພື່ອໃຫ້ການແກ້ໄຂຂອງທ່ານເຊື່ອມໂຍງກັບບັນຊີຜູ້ໃຊ້; ຖ້າບໍ່ມີຄຸກກີ, ການແກ້ໄຂຂອງທ່ານຈະບໍ່ສະແດງຊື່ ແລະ ບໍ່ເຊື່ອມໂຍງກັບບັນຊີໃດໜຶ່ງ.

ພວກເຮົານໍາໃຊ້ຄຸກກີ, JavaScript, ພິກເຊວຕິດຕາມ ແລະ ເຕັກໂນໂລຊີຂໍ້ມູນອື່ນໆທີ່ຈັດເກັບສະເພາະທີ່ເພື່ອເຮັດຈຸດປະສົງຕ່າງໆໃຫ້ສຳເລັດ. ຂ້າງລຸ່ມແມ່ນລາຍການໝວດໝູ່ຂອງຄຸກກີທີ່ພວກເຮົານໍາໃຊ້ ແລະ ຈຸດປະສົງການນໍາໃຊ້ພວກມັນ.

ການນໍາໃຊ້ຟັງຊັນ:

ຄຸກກີເຫຼົ່ານີ້ຈະຊ່ວຍໃຫ້ເວັບໄຊຂອງວິກິມີເດຍເຮັດວຽກໄດ້ ແລະ ຈຳເປັນເພື່ອເຮັດໃຫ້ທ່ານສາມາດໃຊ້ງານໃນເວັບໄຊຂອງວິກິມີເດຍ ແລະ ນໍາໃຊ້ຄຸນສົມບັດຂອງພວກເຂົາ. ຄຸກກີເຫຼົ່ານີ້ແມ່ນມີປະໂຫຍດເພື່ອຈົດຈໍາຊື່ຜູ້ໃຊ້ຂອງທ່ານໃນຊ່ອງຂໍ້ມູນເຂົ້າສູ່ລະບົບ, ຮັກສາເຊັດຊັນຂອງທ່ານ ແລະ ຈົດຈໍາການດຳເນີນທີ່ຜ່ານມາ, ຮັກສາໃຫ້ທ່ານຢູ່ໃນລະບົບ (ຖ້າເລືອກ) ແລະ ອື່ນໆອີກ.

ນີ້ແມ່ນສອງສາມຕົວຢ່າງ:

ຊື່ ໝົດອາຍຸ ໝວດ ມັນເຮັດໜ້າທີ່ຫຍັງ?
centralauth_Token

{$wgCookiePrefix}* Token

365 ມື້, ຖ້າຜູ້ໃຊ້ເລືອກ ‘ຮັກສາໃຫ້ຂ້າພະເຈົ້າຢູ່ໃນລະບົບ’. ຖ້າບໍ່ຢ່າງນັ້ນກໍ່ປະໄວ້. ການນໍາໃຊ້ຟັງຊັນ ຈັດໃຫ້ມີການນໍາໃຊ້ຟັງຊັນ ‘ຮັກສາໃຫ້ຂ້າພະເຈົ້າຢູ່ໃນລະບົບ’.
{$wgCookiePrefix}* UserID, UserName 365 ມື້, ຖ້າຜູ້ໃຊ້ເລືອກ ‘ຮັກສາໃຫ້ຂ້າພະເຈົ້າຢູ່ໃນລະບົບ’. ຖ້າບໍ່ຢ່າງນັ້ນກໍ່ 30 ມື້. ການນໍາໃຊ້ຟັງຊັນ ຊ່ວຍລະບຸຕົວຕົນຂອງທ່ານໃນວິກິ ແລະ ຮັກສາໃຫ້ທ່ານຢູ່ໃນລະບົບ.
loginnotify_prevlogins 180 ມື້ ການນໍາໃຊ້ຟັງຊັນ ຢືນຢັນວ່າທ່ານກຳລັງເຂົ້າສູ່ລະບົບຈາກອຸປະກອນທີ່ຮອງຮັບແລ້ວ.

This affects the threshold for how many unsuccessful login attempts trigger a notification to the user.

centralauth_Session

{$wgCookiePrefix}* Session

When user exits browser ການນໍາໃຊ້ຟັງຊັນ Manage sessions. Provides functionality such as logging in to Wikimedia Projects.

Preferences:

These cookies store your preferences, so that they can be remembered the next time you use the Wikimedia Sites, for a more customized experience. These cookies are useful for recognizing and maintaining your language preference, remembering changes you have made to text size, fonts and other display preferences, so we can provide you with the look and feel that you want, and more.  

ນີ້ແມ່ນສອງສາມຕົວຢ່າງ:

ຊື່ ໝົດອາຍຸ ໝວດ ມັນເຮັດໜ້າທີ່ຫຍັງ?
stopMobileRedirect 30 ມື້ ການຕັ້ງຄ່າ Tells us not to redirect to the mobile site if you do not like that.
uls-preferences Local Storage, not a cookie ການຕັ້ງຄ່າ Allows you to set preferences for the Universal Language Selector functionality.
hidewatchlistmessage- [watchlistMessageId]

● where watchlistMessageld is the Id of the message being hidden

28 days ການຕັ້ງຄ່າ Allows a user to hide a watchlist message.
userFontSize Local Storage, not a cookie ການຕັ້ງຄ່າ Keeps track of your preferred font size on the mobile site.
preferredEditor Local Storage, not a cookie ການຕັ້ງຄ່າ Keeps track of your preferred editor on the mobile site.

Performance and Analysis:

These cookies count the number of visitors and collect information about how you use the Wikimedia Sites. This allows us to better understand your user experience on the Wikimedia Sites and helps us improve them for you and other users — for instance, by making sure users are finding what they need easily. Other examples include:

  • remembering pages visited, and actions taken on the Wikimedia sites so we can optimize the pages;
  • remembering if users get error messages from web pages;
  • storing your most recently read articles directly on your device, so they can be retrieved quickly;
  • remembering the topics searched so that we can optimize the search results we deliver to you;
  • remembering the list of articles you are following on your watchlist so that we can recommend similar articles that you may be interested in.

ນີ້ແມ່ນສອງສາມຕົວຢ່າງ:

ຊື່ ໝົດອາຍຸ ໝວດ ມັນເຮັດໜ້າທີ່ຫຍັງ?
centralnotice_bucket 7 days Performance and Analysis Helps us understand the effectiveness of notices provided to users through the CentralNotice extension. For more details, see Extension:CentralNotice
ext.popups.core.previewCount Local Storage, not a cookie Performance and Analysis Helps us understand the effectiveness of Hovercards.
WMF-Last-Access 30 ມື້ Performance and Analysis Helps us calculate Unique devices accessing our site. See: diff.wikimedia.org/2016/03/30/unique-devices-dataset/

Third-Party:

We will never use third-party cookies on our wikis unless we get your permission to do so. These cookies would allow us to render services provided by third parties, such as "like" and "share" buttons. When a third party provides these kinds of services, they may require the use of a cookie in order to provide their services.

If you ever come across a third-party cookie transferred to your device during your access of the Wikimedia wiki sites, where you did not take any action to authorize the use and/or transfer of that cookie  (such as one that may have been mistakenly placed by another user or administrator), please report that cookie to us at privacy@wikimedia.org.

ໝາຍເຫດກ່ຽວກັບເວັບໄຊທີ່ບໍ່ແມ່ນວິກິຂອງມູນນິທິວິກິມີເດຍ:

ບາງເວັບໄຊທີ່ບໍ່ແມ່ນວິກິຂອງມູນນິທິວິກິມີເດຍແມ່ນຢູ່ໃນແມ່ຂ່າຍຂອງຜູ້ໃຫ້ບໍລິການພາກສ່ວນທີສາມ.

Sites hosted by WordPress VIP may have the WordPress Stats module enabled. Stats is a service that allows us to understand how many visitors we get to our WordPress-hosted non-wiki sites, their location by country, and which pages, posts and links are the most popular. Only the Wikimedia Foundation and the service provider, Automattic/WordPress, have access to the raw Stats data, which is retained for a maximum of 30 days. For more information about Stats, see WordPress' support page on the module.

Sites hosted by Civilized Discourse Construction Kit, Inc., known as Discourse forums, use cookies for functionality purposes and to store preferences. Only the Wikimedia Foundation and the service provider have access to the raw data. For more information about the cookies and their retention periods, see Discourse's information about cookies. Please note that the Wikimedia Foundation has not configured its Discourse forums to use Google Analytics, serve advertisements, or process donations; Discourse cookies related to those purposes are not used in our Sites.

ແມ່ນຫຍັງຄືຕົວເລືອກຄຸກກີຂອງຂ້າພະເຈົ້າ?

ໃນຂະນະທີ່ນີ້ບໍ່ແມ່ນລາຍການທີ່ຄອບຄຸມ, ຂ້າງລຸ່ມນີ້ແມ່ນບາງຢ່າງທີ່ທ່ານສາມາດເຮັດໄດ້ເພື່ອຈຳກັດການນໍາໃຊ້ຄຸກກີ ແລະ ເຕັກໂນໂລຊີຂໍ້ມູນອື່ນໆທີ່ຈັດເກັບສະເພາະທີ່ໃນອຸປະກອນຂອງທ່ານ. ໃນຂະນະທີ່ຄຸກກີ ແລະ ເຕັກໂນໂລຊີຂໍ້ມູນອື່ນໆທີ່ຈັດເກັບສະເພາະທີ່ອາດບໍ່ຈຳເປັນຕ້ອງມີເພື່ອນໍາໃຊ້ເວັບໄຊຂອງພວກເຮົາ, ຄຸນສົມບັດບາງຢ່າງອາດບໍ່ເຮັດໜ້າທີ່ໄດ້ຢ່າງຖືກຕ້ອງ ຖ້າທ່ານປິດໃຊ້ງານພວກມັນ.

ທ່ານສາມາດ:

  • ລຶບ ຫຼື ປິດໃຊ້ງານຂໍ້ມູນສະເພາະທີ່ຈັດເກັບສະເພາະທີ່ໃນການຕັ້ງຄ່າບຣາວເຊີຂອງທ່ານ (ທ່ານສາມາດຄັ້ງຄ່າເວັບບຣາວເຊີຂອງທ່ານຄືນໃໝ່ເພື່ອປະຕິເສດຄຸກກີທັງໝົດ ຫຼື ເພື່ອລະບຸວ່າຈະສົ່ງຄຸກກີໃນເມື່ອໃດ);
  • ນໍາໃຊ້ບຣາວເຊີທີ່ສາມາດປິດກັ້ນຄຸກກີພາກສ່ວນທີສາມ; ຫຼື
  • ຕິດຕັ້ງພລັກອິນເພື່ອປິດກັ້ນຂໍ້ມູນທີ່ຈັດເກັບສະເພາະທີ່, ຖ້າມີພລັກອິນພ້ອມໃຫ້ຕິດຕັ້ງ.

ການປິດຄຸກກີຂອງບຣາວເຊີຈະປ້ອງກັນພິກເຊວຕິດຕາມບໍ່ໃຫ້ຕິດຕາມກິດຈະກຳທີ່ສະເພາະຂອງທ່ານ. ພິກເຊວຕິດຕາມອາດຍັງບັນທຶກການເຂົ້າເບິ່ງທີ່ບໍ່ສະແດງຊື່ຈາກທີ່ຢູ່ IP ຂອງທ່ານ, ແຕ່ຈະບໍ່ມີການບັນທຶກຂໍ້ມູນເອກະລັກສະເພາະ. ຖ້າທ່ານບໍ່ຕ້ອງການຮັບພິກເຊວຕິດຕາມ, ທ່ານຈຳເປັນຕ້ອງປິດໃຊ້ງານຮູບພາບ HTML ໃນຕົວອ່ານອີເມວເທິງບຣາວເຊີຂອງທ່ານ ແລະ ອາດສົ່ງຜົນກະທົບຕໍ່ຄວາມສາມາດຂອງທ່ານໃນການເບິ່ງຮູບພາບໃນອີເມວອື່ນໆທີ່ທ່ານໄດ້ຮັບ.

ຂ້າພະເຈົ້າຈະສາມາດຊອກຫາຂໍ້ມູນເພີ່ມເຕີມໄດ້ຢູ່ໃສ?

ກະລຸນາອ່ານນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາສຳລັບຂໍ້ມູນເພີ່ມເຕີມ. ຖ້າທ່ານມີຄຳຖາມເພີ່ມເຕີມໃດໆ, ກະລຸນາຕິດຕໍ່ privacy@wikimedia.org.

ຂອບໃຈ!


Please note that in the event of any differences in meaning or interpretation between the original English version of this content and a translation, the original English version takes precedence.